ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ
(VOVWORLD) - ຮ່າຢາງ ດຶງດູດແຂກທ່ອງທ່ຽວຍ້ອນມີບັນດາໝູ່ບ້ານທີ່ຮັກສາໄດ້ຄວາມປະຖົມປະຖານ, ສະຫງົບງຽບ ແລະ ງາມດັ່ງເລື່ອງນິທານ.
ເຂດດິນແດນແຫ່ງເໜືອສຸດຂອງປະເທດຊາດ ຫວຽດນາມ ຍາມໃດກໍຊ້ອນແຝງຈຸດທີ່ຈັບອົກຈັບໃຈຫຼາຍຢ່າງ. ນອກຈາກບັນດາທົ່ງດອກບັກວິກ, ພູພຽງຫີນ ດົ່ງວັນ, ນາຂັ້ນໄດ ຮວ່າງຊູຟີ່, ແມ່ນ້ຳ ຍໍເກວ… ແລ້ວ, ຮ່າຢາງ ຍັງມີຫຼາຍຮ່ອມພູ, ໝູ່ບ້ານທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະ.
1. ທຽນເຮືອງ
|
ບໍ່ວ່າຜູູ້ໃດເມື່ອມາໝູ່ບ້ານເກົ່າແກ່ ທຽນເຮືອງ ຕ່າງກໍມີຄວາມປະທັບໃຈກັບຄວາມງາມແບບສະຫງົບງຽບຢູ່ທີ່ນີ້. ພາບ: Van Hni
|
ໂດຍໄດ້ປົກຄຸມດ້ວຍບັນດາຈອມພູທີ່ໃຫຍ່ໂຕມະໂຫຖານ ແລະ ຕົ້ນໄມ້ທີ່ມີອາຍຸນັບຮ້ອຍປີ, ໝູ່ບ້ານແຫ່ງນີ້ ຍາມໃດກໍມີຄວາມສະຫງົບງຽບ
|
ເບິ່ງຄືວ່າ, ບ້ານ ທຽນເຮືອງ ຍັງຮັກສາຄວາມປະຖົມປະຖານໄວ້ໄດ້ເໝືອນເດີມ. ພາບ: toquoc.vn |
|
ຍ່າງເລາະໝູ່ບ້ານ ທຽນເຮືອງ, ບໍ່ຍາກທີ່ຈະພົບເຫັນບັນດາຕົ້ນດອກຄາຍ, ດອກໝັ້ນທີ່ມີອາຍຸຫຼາຍສິບປີ. ພາບ: toquoc.vn |
2. ຢູຢ່າ
ຢູຢ່າ ແມ່ນຕາແສງນ້ອຍຂອງເມືອງ ອຽນມິງ, ຢູ່ຫ່າງຈາກໃຈກາງນະຄອນ ຮ່າຢາງ ປະມານ 70 ກິໂລແມັດ, ໂດຍທຳມະຊາດໄດ້ດົນບັນດານຄວາມງາມທີ່ສະຫງົບງຽບ ແລະ ປະຖົມປະຖານໃຫ້.
|
ພາບ: ຮວ່ຽນຈາງ |
ໃນທຸກລະດູ, ທິວທັດທຳມະຊາດຢູ່ທີ່ນີ້ ກໍເຕັມໄປດ້ວຍພະລັງຊີວິດ
|
ບ້ານແຫ່ງໜຶ່ງຢູ່ຕາແສງ ຢູຢ່າ ໄດ້ປົກຄຸມໄປດ້ວຍພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ. ພາບ: Rory Nguyen |
|
ແຂກທີ່ມາທ່ຽວ ຢູຢ່າ ສ່ວນຫຼາຍແມ່ນໄວໜຸ່ມ, ຜູ້ທີ່ມີຄວາມຮັກມັກກັບການໄປທ່ຽວແບບແບກເປ້, ມັກລົງຕົວຈິງ, ພິຊິດບັນດາເສັ້ນທາງກິ່ວທີ່ໜ້າຫວາດສຽວ. ພາບ: Rory Nguyen |
3. ໂລໂລຈ໋າຍ
ໂດຍຕັ້ງຢູ່ຕີນພູເສົາທຸງ ຫຼູງກູ, ບ່ອນເໜືອສຸດຂອງປະເທດຊາດ, ໝູ່ບ້ານວັດທະນະທຳ ໂລໂລຈ໋າຍ ແມ່ນສະຖານທີ່ດຶງດູດບໍ່ວ່າແຂກທ່ອງທ່ຽວໃດໆທີ່ມາ ຮ່າຢາງ, ຍ້ອນທິດທັດທຳມະຊາດທີ່ສວຍງາມ, ຈຸດວັດທະນະທຳຂອງພໍ່ແມ່ຊາວເຜົ່າຢູ່ທີ່ນີ້ ເຊິ່ງໄດ້ປະກົດຂຶ້ນຄືດັ່ງໃນເລື່ອງນິທານ
|
ເບິ່ງຄືວ່າ ໂລໂລຈ໋າຍ ຍັງຮັກສາຈຸດວັດທະນະທຳແຕ່ກີ້ແຕ່ກ່ອນໄວ້ໄດ້ເໝືອນເດີມ, ນັບແຕ່ຊີວິດທາງດ້ານວັດຖຸ, ຈິດໃຈຂອງຊາວເຜົ່າ ໂລໂລ ຢູ່ເຂດພູພຽງຫີນ. ພາບ: toquoc.vn |
4. ມາແລ໊
ໝູ່ບ້ານ ມາແລ໊ ຢູ່ຕາແສງແຫ່ງໜຶ່ງຂອງເມືອງ ດົ່ງວັນ, ໂດຍຫ່າງຈາກໃຈກາງນະຄອນ ຮ່າຢາງ ໄປປະມານ 148 ກິໂລແມັດ. ຢູ່ທີ່ນີ້, ມີເຮືອນຫຼາຍຫຼັງທີ່ມີອາຍຸເຖິງ 100 ປີ, ເຊິ່ງເປັນຂີດໝາຍແຫ່ງການເວລາດ້ວຍຄວາມງາມອັນຄຶກຂຶມ.
|
ພາບ: MELE homestay |
ມາແລ໊ ງາມທີ່ສຸດໃນລະດູບານໃໝ່ເມື່ອດອກຄາຍເບັ່ງບານ, ຫຼືທ້າຍລະດູໃບໄໝ້ຫຼົ່ນ ເມື່ອບັນດາຕອນນາຂັ້ນໄດທີ່ປູກດອກບັກວິກ ອ່ຽງໆຕາມບັນດາໂນນພູ ກໍພາກັນອວດອ້າງສີສັນ.
|
ພາບ: MELE homestay |
5. ນ້ຳດຳ
ໂດຍຫ່າງຈາກນະຄອນ ຮ່າຢາງ ປະມານ 45 ກິໂລແມັດ ໄປທາງທິດເໜືອ, ໝູ່ບ້ານນ້ຳດຳ ແມ່ນບ່ອນດຳລົງຊີວິດຂອງຊາວເຜົ່າຢ້າວ.
|
ພາບ: baohagiang.vn |
ໝູ່ບ້ານຢູ່ເມືອງ ກວ໋ານບ໊າ ນີ້ ເຄີຍໄດ້ຮັບນາມມະຍົດວ່າ ເປັນໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ ຍ້ອນຍັງຮັກສາໄດ້ຫຼາຍຄຸນຄ່າມູນເຊື້ອທີ່ດີງາມ
|
ປະຊາຊົນຢູ່ທີ່ນີ້ ດຳລົງຊີວິດແບບລຽບງ່າຍ, ຕິດແທດກັບທຳມະຊາດ. ພາບ: baodautu.vn |
1. ລາວຊາ
ລາວຊາ ແມ່ນສະຖານທີ່ໜຶ່ງຕັ້ງຢູ່ຮ່ອມພູ ສູງລ່າ ຮ່າຢາງ ແລະ ຫ່າງຈາກໃຈກາງ ສູງລ່າ ພຽງແຕ່ 6 ກິໂລແມັດ.
|
ລາວຊາ ມີຄວາມງາມທີ່ເປັນເອກະລັກຂອງໝູ່ບ້ານເຂດພູສູງ, ນັ້ນແມ່ນຄວາມສະຫງົບງຽບ, ລຽບງ່າຍສະບາຍ, ບໍ່ອຶກກະທຶກຄຶກໂຄມ. ພາບ: ເວືອງແອັງກິ່ງ |
ລາວຊາ ມີຄວາມງາມທີ່ເປັນເອກະລັກຂອງໝູ່ບ້ານເຂດພູສູງ, ນັ້ນແມ່ນຄວາມສະຫງົບງຽບ, ລຽບງ່າຍສະບາຍ, ບໍ່ອຶກກະທຶກຄຶກໂຄມ. ພາບ: ເວືອງແອັງກິ່ງ
ບຸ່ຍຮັ່ງ (ສັງລວມ)